ຂໍ້ຕົກລົງຂອງອະທິການບໍດີ
ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວ ຂອງສູນເທັກໂນໂລຊີຂໍ້ມູນຂ່າວສານ
Reference ID: ……/ສທຂ.ມຊ | Date: 31/01/2019
ອີງຕາມ ດຳລັດນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 071/ນຍ ລົງວັນທີ 16 ມີນາ 2009.
ອີງຕາມການຄົ້ນຄວ້າຂອງຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ມະຫາວິທະຍາໄລແຫ່ງຊາດ.
ອີງຕາມການສະເໜີຂອງສູນໄອທີ ສະບັບເລກທີ ……/ສທຂ.ມຊ ລົງວັນທີ 31/01/2019
ອະທິການບໍດີມະຫາວິທະຍາໄລ ອອກຂໍ້ຕົກລົງ,
ໝວດທີ I: ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງ: ຂໍ້ຕົກລົງສະບັບນີ້ ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ແລະ ລະບອບແບບ ແຜນວິທີເຮັດວຽກຂອງສູນເທັກໂນໂລຊີຂໍ້ມູນຂ່າວສານ ມະຫາວິທະຍາໄລແຫ່ງຊາດ ເພື່ອເປັນບ່ອນອີງທາງດ້ານນິຕິກຳ ໃນການຈັດຕັ້ງແລະການເຄື່ອນໄຫວຂອງສູນເທັກໂນໂລຊີຂໍ້ມູນຂ່າວສານ ມຊ.
ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ: ສູນເທັກໂນໂລຊີຂໍ້ມູນຂ່າວສານ ຂຽນຫຍໍ້ວ່າ “ສທຂ”, ມີຊື່ເອີ້ນອີກວ່າ “ ສູນໄອທີ ”, ຂຽນເປັັນພາສາອັງກິດວ່າ “Information Technology Center (ITC) ”. ສທຂ ເປັນຫົວໜ່ວຍວິຊາການໜຶ່ງ ໃນໂຄງປະກອບການຈັດຕັ້ງຂອງ ມຊ, ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ອະທິການບໍດີ ໃນດ້ານການຄຸ້ມຄອງເຄືອຂ່າຍຄອມພິວເຕີ້, ການເຊື່ອມຕໍ່ໂທລະຄົມແລະອິນເຕີເນັດ, ຄຸ້ມຄອງຊອຟແວຣ, ບໍລິການວິຊາການດ້ານໄອທີ ແລະຄຸ້ມຄອງສູນຂໍ້ມູນ (Data Center) ຂອງມະຫາວິຍາໄລແຫ່ງຊາດ, ເພື່ອສະໜອງການບໍລິການໃຫ້ແກ່ພາກສ່ວນຕ່າງໆທັງພາຍໃນແລະນອກ ມຊ.
ໝວດທີ II: ໜ້າທີ່ແລະຂອບເຂດສິດ
ມາດຕາ 3 ໜ້າທີ່:
- ຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງນະໂຍບາຍ, ມະຕິຄຳສັ່ງ...
- ສ້າງລະບຽບການ ແລະ ນິຕິກຳ ທີ່ກ່ຽວຂ້ອງກັບວຽກງານຂອງ ສທຂ.
- ສ້າງແຜນການ, ແຜນງົບປະມານ, ແຜນລາຍຮັບ-ລາຍຈ່າຍວິຊາການ...
- ຄຸ້ມຄອງ ແລະ ຂະຫຍາຍລະບົບເຄືອຂ່າຍຄອມພິວເຕີ...
- ຄຸ້ມຄອງ ແລະ ພັດທະນາຊອບແວນຳໃຊ້...
- ສະໜອງການບໍລິການເຕັກນິກວິຊາການໄອທີ, ການຝຶກອົບຮົມດ້ານໄອທີ, ການສ້ອມແປງ...
- ຄຸ້ມຄອງຂໍ້ມູນ ແລະ ສູນຂໍ້ມູນ...
- ຄຸ້ມຄອງໝາຍເລກອິນເຕີເນັດ (IP address), ຊື່ອິນເຕີເນັດ (Domain name) nuol.edu.la...
- ກວດກາ, ຕິດຕາມ, ປະເມີນຜົນ ແລະ ສະຫຼຸບລາຍງານ...
- ຂຶ້ນແຜນບຳລຸງ, ກໍ່ສ້າງ, ຊັບຊ້ອນ, ປະຕິບັດນະໂຍບາຍ ແລະ ວິໃນ...
- ພົວພັນປະສານງານກັບອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ...
- ປະຕິບັດວຽກງານອື່ນຕາມການມອບໝາຍ ຂອງອະທິການບໍດີ.
ມາດຕາ 4 ຂອບເຂດສິດ:
- ສະເໜີຕໍ່ອະທິການບໍດີ ເພື່ອພິຈາລະນາອະນຸມັດແຜນການ, ງົບປະມານ...
- ສະເໜີອະທິການບໍດີ ເພື່ອພິຈາລະນາອະນຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກບັນດານິຕິກຳ...
- ສະເໜີອະທິການບໍດີ ແຕ່ງຕັ້ງ, ປົດຕຳແໜ່ງ ແລະ ຍົກຍ້າຍ ພະນັກງານ...
- ຄຸ້ມຄອງການລົງທະບຽນນຳໃຊ້ເຄືອຂ່າຍ, ອີເມລ, ອິນເຕີເນັດ...
- ຄຸ້ມຄອງ ແລະ ປະສານງານ ກັບພາກສ່ວນຕ່າງໆ ເພື່ອອະນຸມັດການນຳໃຊ້ຊອບແວ...
- ປະສານງານກັບບັນດາບໍລິສັດໂທລະຄົມ...
- ຄຸ້ມຄອງການເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນ ຕາມການອະນຸມັດຂອງອະທິການບໍດີ.
- ຕິດຕາມ, ກວດກາ, ຈັດແບ່ງ ການນຳໃຊ້ເລກໝາຍອິນເຕີເນັດ...
- ເຂົ້າຮ່ວມກອງປະຊຸມສຳມະນາ ຝຶກອົບຮົມ ທັງພາຍໃນແລະຕ່າງປະເທດ...
- ປະຕິບັດໂຄງການຊ່ວຍເຫຼືອລ້າ, ໂຄງການຮ່ວມມືກັບຕ່າງປະເທດ...
- ຄຸ້ມຄອງການນຳໃຊ້ງົບປະມານ, ວັດຖຸຊັບສິນ...
- ນຳສະເໜີຕໍ່ອະທິການບໍດີ ເພື່ອຂໍອະນຸມັດຈັດຝຶກອົບຮົມ ແລະ ອອກໃບຢັ້ງຢືນ...
- ປະຕິບັດສິດອື່ນຕາມການມອບໝາຍຂອງອະທິການບໍດີ.
ໝວດທີ III: ໂຄງປະກອບການຈັດຕັ້ງ
ມາດຕາ 5 ໂຄງປະກອບການຈັດຕັ້ງ:
ປະກອບດ້ວຍ 5 ພະແນກ:
- ພະແນກຈັດຕັ້ງ-ສັງລວມ
- ພະແນກບໍລິການວິຊາການດ້ານໄອທີ
- ພະແນກຄຸ້ມຄອງເຄືອຂ່າຍ
- ພະແນກຄຸ້ມຄອງຊອບແວ
- ພະແນກຄຸ້ມຄອງສູນຂໍ້ມູນ
ມາດຕາ 6 ໂຄງປະກອບບຸກຄະລາກອນ:
- ຜູ້ອຳນວຍການສູນ 1 ຕຳແໜ່ງ
- ຮອງຜູ້ອຳນວຍການສູນ 2 ຕຳແໜ່ງ
- ຫົວໜ້າພະແນກ 5 ຕຳແໜ່ງ
- ຮອງຫົວໜ້າພະແນກ 5 ຕຳແໜ່ງ
- ລວມພະນັກງານທັງໝົດ 45+
ມາດຕາ 7 ໜ້າທີ່ຂອງແຕ່ລະພະແນກ:
1. ພະແນກຈັດຕັ້ງ-ສັງລວມ
ບໍລິຫານ ແລະ ຄຸ້ມຄອງເອກະສານ, ຫ້ອງການ, ກອງປະຊຸມ, ຄຸ້ມຄອງບຸກຄະລາກອນ ແລະ ງົບປະມານ.
2. ພະແນກບໍລິການວິຊາການໄອທີ
ຝຶກອົບຮົມ, ສ້ອມແປງ, ຄຸ້ມຄອງຫ້ອງຄອມພິວເຕີ, ແລະ ບໍລິການລົງທະບຽນຜູ້ໃຊ້ງານ.
3. ພະແນກຄຸ້ມຄອງເຄືອຂ່າຍ
ຄຸ້ມຄອງລະບົບ Network, Bandwidth, ແລະ ຄວາມປອດໄພຂອງສາຍສົ່ງອິນເຕີເນັດ.
4. ພະແນກຄຸ້ມຄອງຊອຟແວຣ
ພັດທະນາລະບົບຊອບແວນຳໃຊ້ ແລະ ຄຸ້ມຄອງຖານຂໍ້ມູນ (Database).
5. ພະແນກຄຸ້ມຄອງສູນຂໍ້ມູນ
ຄຸ້ມຄອງ Data Center, Server, ແລະ ລະບົບສະໜັບສະໜູນ (ໄຟຟ້າ/ຄວາມເຢັນ) 24/7.
ໝວດທີ IV: ລະບອບແຜນວິທີເຮັດວຽກ
ມາດຕາ 8 ຫຼັກການ: ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ແບ່ງງານບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍ ຂື້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທີງ...
ໝວດທີ V: ບົດບັນຍັດສຸດທ້າຍ
ມາດຕາ 9 ກາປະທັບ ແລະ ງົບປະມານ: ສທຂ ມີກາປະທັບຂອງຕົນ ແລະ ມີງົບປະມານຈາກ ມຊ, ການຊ່ວຍເຫຼືອ ແລະ ການຮ່ວມມື.
ມາດຕາ 12 ຜົນສັກສິດ: ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບຕັ້ງແຕ່ວັນທີລົງລາຍເຊັນເປັນຕົ້ນໄປ.
ອະທິການບໍດີ